ໂດຍຕອບສະໜອງຕາມຄຳເຊີນ ສະຫາຍ ຫງວຽນ ຊວັນ ຟຸກ, ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມ ສັນຖະວະໄມຕີ ທີ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 9-10 ສິງຫາ 2021 ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ, ເຊິ່ງພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດ ໃນຕອນເຊົ້າ ຂອງວັນທີ 9 ສິງຫາ 2021 ທີ່ ທຳນຽບປະທານປະເທດ.

ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ (ຊ້າຍ) ຕ້ອນຮັບ ສະຫາຍ ຫງວຽນ ຊວັນ ຟຸກ,
ກໍາມະການກົມການເມືອງ, ປະທານປະເທດ ແຫ່ງ ສສ ຫວຽດນາມ (ຂວາ) ໃນພິທີຕ້ອນຮັບທາງການ
ວັນທີ 9 ສິງຫາ 2021 ທີ່ທຳນຽບປະທານປະເທດ.
ຫຼັງຈາກນັ້ນ, ປະທານປະເທດທັງສອງກໍໄດ້ດໍາເນີນການພົບປະທາງການສອງຝ່າຍ. ໃນການພົບປະຄັ້ງນີ້, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມປິຕິຍິນດີຕ້ອນຮັບ ແລະ ຂອບໃຈຕໍ່ ສະຫາຍປະທານປະເທດ ຫງວຽນ ຊວັນ ຟຸກ ທີ່ໄດ້ເລືອກເອົາ ສປປ ລາວ ເປັນປະເທດທຳອິດ ໃນການເຄື່ອນໄຫວຕ່າງປະເທດ ໃນຕຳແໜ່ງປະທານປະເທດ ແຫ່ງ ສສ ຫວຽດນາມ ຊຶ່ງສະແດງໃຫ້ເຫັນເຖິງການໃຫ້ຄວາມສໍາຄັນຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ມີຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ, ຫວຽດນາມ-ລາວ ພ້ອມທັງໄດ້ນໍາເອົາໄມຕີຈິດມິດຕະພາບອັນດູດດື່ມ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ຂອງສອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ມາຍັງພັກ, ລັດ ແລະ ປະຊາຊົນລາວ ຊຶ່ງເປັນການໃຫ້ຂວັນກຳລັງໃຈໃນການສືບຕໍ່ຮັບມືກັບສະພາບຫຍຸ້ງຍາກ ທີ່ ສປປ ລາວ ກໍາລັງປະເຊີນໃນປັດຈຸບັນ ແລະ ເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນພິເສດອ້າຍນ້ອງໃຫ້ນັບມື້ນັບໃກ້ຊິດ, ມີຄວາມແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ.

ພິທີພົບປະທາງການສອງຝ່າຍ ລະຫວ່າງ ຄະນະຜູ້ແທນຝ່າຍຫວຽດນາມ (ຊ້າຍ) ແລະ ຄະນະຜູ້ແທນຝ່າຍລາວ (ຂວາ) ວັນທີ 9
ສິງຫາ 2021ທີ່ທຳນຽບປະທານປະເທດ
ພ້ອມກັນນີ້, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວ ເຖິງ ສະຫາຍ ຫວຽນ ຝູ ຈ໋ອງ, ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ພ້ອມທັງສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຊ່ວຍເຫຼືອຂອງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ ໃນການພັດທະນາພື້ນຖານໂຄງລ່າງ, ຝຶກອົບຮົມເຕັກນິກບຸກຄະລາກອນ ຫຼື ການຊ່ວຍເຫຼືອແບບສຸກເສີນ ໃນຍາມໄພພິບັດ ແລະ ພະຍາດລະບາດຕ່າງໆ. ທັງໝົດນີ້ລ້ວນແຕ່ມີຄວາມສຳຄັນ ແລະ ມີຄຸນຄ່າທາງດ້ານວັດຖຸ ແລະ ຈິດໃຈຕໍ່ປະຊາຊົນລາວ, ອັນພົ້ນເດັ່ນແມ່ນໂຄງການກໍ່ສ້າງຫໍສະພາແຫ່ງຊາດ ທີ່ເປັນຂອງຂວັນອັນລໍ້າຄ່າຂອງ ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ໃຫ້ແກ່ພັກ, ລັດຖະບານ ແລະ ປະຊາຊົນລາວ ຊຶ່ງພິທີມອບ-ຮັບຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 10 ສິງຫາ 2021 ໃນລະຫວ່າງການຢ້ຽມຢາມສັນຖະວະໄມຕີຄັ້ງນີ້. ພິເສດ ໃນການມາຢ້ຽມຢາມຄັ້ງນີ້, ສະຫາຍ ປະທານປະເທດ ຫງວຽນ ຊວັນ ຟຸກ ກໍ່ໄດ້ນໍາເອົາຂອງຂວັນມາມອບໃຫ້ແກ່ ສປປ ລາວ ກໍ່ຄືໂຄງການຊ່ວຍເຫຼືອກໍ່ສ້າງໂຮງຮຽນຝຶກອົບຮົມວິຊາຊີບ ຢູ່ເມືອງໜອງບົກ ແຂວງຄໍາມ່ວນ ເປັນມູນຄ່າເຖິງ 5 ລ້ານໂດລາ.
ໃນໂອກາດນີ້, ສະຫາຍ ປະທານປະເທດ ຫງວຽນ ຊວັນ ຟຸກ ກໍ່ໄດ້ສະເເດງຄວາມຂອບໃຈຢ່າງຈິງໃຈ ຕໍ່ ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ກໍຄືບັນດາການນໍາຂັ້ນສູງຂອງພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ ທີ່ໄດ້ໃຫ້ການຕ້ອນຮັບອັນສະໜິດສະໜົມ, ອົບອຸ່ນ ແລະ ສົມກຽດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບຖານສະຫາຍອ້າຍນ້ອງ.
ໃນໂອກາດດັ່ງກ່າວ, ສອງຝ່າຍ ໄດ້ຢັ້ງຢືນການໃຫ້ບຸລິມະສິດສູງສຸດ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານທີ່ບໍລິສຸດຜຸດຜ່ອງ ແລະ ມີໜຶ່ງດຽວ ໃນໂລກຂອງສອງປະເທດ; ສອງຝ່າຍ ຍັງສະແດງໄດ້ເຖິງຄວາມໝາຍໝັ້ນອັນສະເໝີຕົ້ນສະເໝີປາຍ ແລະ ພ້ອມໃຫ້ການຊ່ວຍເຫຼືອຊຶ່ງກັນ ແລະ ກັນໃນການສ້າງສາພັດທະນາປະເທດຊາດໃນປັດຈຸບັນ ຊຶ່ງສະແດງອອກໃຫ້ເຫັນຢ່າງຈະແຈ້ງ ຕໍ່ໝາກຜົນຕົວຈິງຂອງການຮ່ວມມືສອງຝ່າຍໃນທຸກຂົງເຂດ ໂດຍສະເພາະແມ່ນກົນໄກການຮ່ວມມືໃນທຸກດ້ານ ທັງສາຍພັກ, ສາຍລັດ ເຊັ່ນ: ດ້ານການເມືອງ, ດ້ານຄວາມໝັ້ນຄົງ, ດ້ານການຕ່າງປະເທດ, ດ້ານເສດຖະກິດ-ການຄ້າ, ການລົງທຶນ, ວິທະຍາສາດເຕັກນິກ, ການສຶກສາ, ວັດທະນະທໍາ-ສັງຄົມ ແລະ ອື່ນໆ.
ສອງຝ່າຍເຫັນດີຈະເຮັດວຽກຢ່າງໃກ້ຊິດ ເພື່ອຊຸກຍູ້ການພົວພັນຮ່ວມມືສອງຝ່າຍ ໃຫ້ນັບມື້ນັບກວ້າງຂວາງແລະ ມີຄວາມໝາຍ, ໂດຍສືບຕໍ່ແລກປ່ຽນຄະນະຜູ້ແທນນໍາກັນໃນທຸກລະດັບ ດ້ວຍຫຼາຍຮູບ, ຫຼາຍແບບ ແລະ ມີປະສິດທິຜົນ ຕາມທິດກະທັດຮັດ; ສອງຝ່າຍ ເຫັນດີສືບຕໍ່ຮ່ວມກັນກວດກາຄືນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດາການຕົກລົງຂອງການນໍາຂັ້ນສູງສອງປະເທດ ກໍ່ຄືບັນດາເອກະສານທີ່ສອງຝ່າຍໄດ້ລົງນາມຮ່ວມກັນ; ສອງຝ່າຍ ສືບຕໍ່ເອົາໃຈໃສ່ເພີ່ມທະວີດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອຮ່ວມກັນຮັບມືກັບສິ່ງທ້າທາຍໃໝ່ທີ່ນັບມື້ນັບສັບສົນ ຫຼາຍຮູບຫຼາຍສີ ເອົາໃຈໃສ່ຮ່ວມມືກັນໃນການປົກປັກຮັກສາຄວາມສະຫງົບ ທັງຢູ່ໃນຕົວເມືອງ ແລະ ຢູ່ບໍລິເວນຊາຍແດນຂອງສອງປະເທດ ເພື່ອຮັບປະກັນເອກະລາດ ສະຖຽນລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງ. ພ້ອມທັງເຫັນດີເອກະພາບກັນຈະສືບຕໍ່ປຶກສາຫາລື ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນເພື່ອປະກອບສ່ວນໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນະຖາວອນຂອງພາກພື້ນ ແລະ ສາກົນ; ລວມທັງການ ຈັດຕັ້ງສະເຫຼີມສະຫຼອງປີສາມັກຄີມິດຕະພາບໃນປີ 2022 ກໍຄືວັນຄົບຮອບວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ໃຫ້ມີບັນຍາກາດຟົດຟື້ນ, ເຕັມໄປດ້ວຍເນື້ອໃນ ແລະ ມີຄວາມໝາຍ.
ພາຍຫຼັງສຳເລັດການພົບປະທາງການສອງຝ່າຍ, ສອງປະທານປະເທດ ກໍ່ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນການລົງນາມເອກະສານ ກ່ຽວກັບການຮ່ວມມືສອງຝ່າຍຈໍານວນ 14 ສະບັບ. ໃນນີ້, ມີ 7 ເອກະສານຂອງພາກລັດ ຄື: ບົດບັນທຶກ ວ່າດ້ວຍໂຄງການກໍ່ສ້າງ ໂຮງຮຽນວັດທະນະທຳຊົນເຜົ່າ ກອງທັບ, ໜັງສືເຈດຈໍານົງວ່າດ້ວຍການຮ່ວມມືກອບ-ກູ້ໄພ ລະຫວ່າງສອງກະຊວງປ້ອງກັນປະເທດ ລາວ ແລະ ຫວຽດນາມ; ບົດບັນທຶກເພີ່ມເຕີມແຜນການຮ່ວມມືປະຈໍາປີ 2020 ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ; ບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມື ລະຫວ່າງຫ້ອງວ່າການສຳນັກງານປະທານປະເທດລາວ ແລະ ຫ້ອງວ່າການສຳນັກງານປະທານປະເທດ ຫວຽດນາມ ໄລຍະ 2021-2025; ແຜນການຮ່ວມມື ປີ 2022 ລະຫວ່າງ ສອງກະຊວງຍຸຕິທໍາ ໃນຂົງເຂດກົດໝາຍ ແລະ ຍຸຕິທໍາ; ບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມື ສະກັດກັ້ນ, ຕ້ານຢາເສບຕິດ ລະຫວ່າງ ສອງກະຊວງປ້ອງກັນຄວາມສະຫງົບ, ຂໍ້ຕົກລົງຮ່ວມມືລະຫວ່າງແຂວງໄຊສົມບູນ ແລະ ແຂວງບັກຢາງ. ນອກນີ້, ຍັງມີການແລກປ່ຽນເອກະສານຮ່ວມມື ແລະ ມອບໃບອະນຸຍາດລົງທຶນໃຫ້ແກ່ພາກເອກະຊົນ 7 ເອກະສານ ອີກດ້ວຍ.
ໃນຕອນຄໍ່າຂອງວັນດຽວກັນ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ແຫ່ງ ສປປ ລາວ ໄດ້ຈັດງານລ້ຽງຕ້ອນຮັບເພື່ອເປັນກຽດໃຫ້ແກ່ ສະຫາຍ ປະທານປະເທດ ຫວຽນ ຊວັນ ຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ແຫ່ງ ສສ ຫວຽດນາມ ທີ່ ທຳນຽບປະທານປະເທດ.
ນອກຈາກນັ້ນ, ສະຫາຍ ປະທານປະເທດ ຫງວຽນ ຊວັນ ຟຸກ ພ້ອມດ້ວຍຄະນະ ຍັງໄດ້ພົບປະກັບ ສະຫາຍ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພົບປະກັບ ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ, ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ; ສະຫາຍ ບຸນທອງ ຈິດມະນີ, ຮອງປະທານປະເທດ ແຫ່ງ ສປປ ລາວ; ສະຫາຍ ສິນລະວົງ ຄຸດໄພທູນ, ປະທານສູນກາງແນວລາວສ້າງຊາດ ແລະ ສະຫາຍ ຄໍາໃບ ດຳລັດ ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ; ຢ້ຽມຢາມບັນດາອະດີດການນໍາລາວຄື: ສະຫາຍ ຄໍາໄຕ ສີພັນດອນ, ສະຫາຍ ຈູມມາລີ ໄຊຍະສອນ ແລະ ສະຫາຍ ບຸນຍັງ ວໍລະຈິດ; ເຂົ້າຮ່ວມພິທີວາງພວງມາລາ ທີ່ ອະນຸສາວະລີນັກຮົບນິລະນາມ, ເຂົ້າຮ່ວມກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ເຂົ້າຮ່ວມພິທີ ເປີດນໍາໃຊ້ ແລະ ມອບ-ຮັບ ຫໍສະພາແຫ່ງຊາດຫຼັງໃໝ່. ໃນໂອກາດດຽວກັນນີ້, ຄະນະຜູ້ແທນຂັ້ນສູງ ຂະແໜງການຕ່າງໆທັງສອງຝ່າຍ ຍັງໄດ້ມີການພົບປະລະຫວ່າງ ຄູ່ຮ່ວມຕຳແໜ່ງກັນ.
ຈາກນັ້ນ, ຄະນະຜູ້ແທນຂັ້ນສູງ ສສ ຫວຽດນາມ ໄດ້ເດີນທາງກັບຄືນປະເທດ ໃນເວລາ 18:00 ຂອງ ວັນທີ 10 ສິງຫາ 2021 ດ້ວຍຄວາມສະຫວັດດີພາບ.