
ໃນວັນທີ 08 ທັນວາ 2020, ຕາງໜ້າຄະນະພັກ-ຄະນະນໍາ ຫ້ອງວ່າການປະທານປະເທດ ນໍາໂດຍ ທ່ານ ເພັດສະໝອນ ພັນທະວົງ ຮອງເລຂາຄະນະພັກ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການປະທານປະເທດ ໄດ້ນໍາເຂົ້າສານ ຈໍານວນ 03 ໂຕນ (ມູນຄ່າ 20,700,000 ກີບ) ໄປມອບໃຫ້ກະຊວງແຮງານ ແລະ ສະຫວັດດີການສັງຄົມ, ກ່າວຮັບໂດຍ ທ່ານນາງ ຄໍາໃບ ຂັດຕິຍະ ກໍາມະການສໍາຮອງສູນກາງພັກ, ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີພະນັກງານທີ່ກ່ຽວຂ້ອງຂອງ ຫປທ ແລະ ກຮສສ ເຂົ້າຮ່ວມ.
ໃນໂອກາດນີ້ ທ່ານ ເພັດສະໝອນ ພັນທະວົງ ໄດ້ສະແດງຄວາມເຫັນໃຈຕໍ່ຜູ້ຖືກຜົນກະທົບຈາກໄພທໍາມະຊາດ, ການປະກອບສ່ວນເຄື່ອງຊ່ວຍເຫຼືອດັ່ງກ່າວ ແມ່ນປຸກລະດົມຂົນຂວາຍຈາກອ້າຍນ້ອງພະນັກງານພາຍໃນຫ້ອງວ່າການປະທານປະເທດ ມາມອບໃຫ້ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອນໍາເອົາໄປແຈກຢາຍໃຫ້ຜູ້ປະສົບໄພນໍ້າຖ້ວມຢູ່ບັນດາແຂວງພາກກາງ, ຫວັງວ່າເຄື່ອງຈໍານວນດັ່ງກ່າວຈະເປັນສ່ວນໜຶ່ງຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບໃນຄັ້ງນີ້.
ພ້ອມດຽວກັນນັ້ນ, ທ່ານນາງ ຄໍາໃບ ຂັດຕິຍະ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ ຫ້ອງວ່າການປະທານປະເທດ ທີ່ມອບເຂົ້າສານເພື່ອປະກອບສ່ວນໃນການຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຢູ່ບັນດາແຂວງພາກກາງ. ເຂົ້້າສານດັ່ງກ່າວຈະຖືກນໍາໄປແຈກຢາຍໃຫ້ບັນດາແຂວງພາກກາງ ເພື່ອມອບໃຫ້ພໍ່ແມ່ປະຊາຊົນ ກໍຄືຄອບຄົວທີ່ໄດ້ຮັບຜົນກະທົບຢ່າງທົ່ວເຖິງ.