ໃນວັນທີ 14 ຕຸລາ 2020 ທີ່ຜ່ານມາ ທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ຫວັງ ອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະ ນະລັດ ປະຊາຊົນຈີນ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 13-14 ຕຸລາ 2020.
ໃນໂອກາດນີ້, ທ່ານປະທານປະເທດໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ສະເເດງຄວາມຊົມເຊີຍຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງ ທ່ານ ຫວັງ ອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະ. ພ້ອມທັງໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ເຖິງ ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ.
ທ່ານປະທານປະເທດ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ກໍ່ຄືການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວໃຫ້ກ້າວເຂົ້າສູ່ລວງເລິກຍິ່ງໆຂຶ້ນ. ພ້ອມນີ້, ກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ຮັບຜົນສຳເລັດຢ່າງຈົບງາມ ໃນການຄວບຄຸມ ແລະ ປ້ອງກັນ ການແຜ່ລະບາດ ຂອງພະຍາດໂຄວິດ-19 ກໍ່ຄື ການພັດທະນາວັກແຊັງ ໃນການປ້ອງກັນພະຍາດດັ່ງກ່າວ ແລະ ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ບິແບ່ງການຊ່ວຍເຫຼືອເປັນຕົ້ນແມ່ນຢາປົວພະຍາດ, ອຸປະກອນການແພດ, ແພດຊ່ຽວຊານ ແລະ ວັກແຊັງ ມາຊ່ວຍເຫຼືອ ສປປ ລາວ.
ໃນໂອກາດດຽວກັນນີ້ ທ່ານທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ໄດ້ສະເເດງຄວາມຂອບໃຈ ຕໍ່ ທ່ານປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ສະຫຼະເວລາ ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງໄດ້ແຈ້ງໃຫ້ຊາບ ຜົນຂອງການຢ້ຽມຢາມ ແລະ ການພົບປະສອງຝ່າຍ ລະຫວ່າງສອງກະຊວງການຕ່າງປະເທດຈີນ-ລາວ ຊຶ່ງໄດ້ຮັບຜົນສຳເລັດຢ່າງຈົບງາມ ແລະ ໄດ້ສະເເດງຄວາມຂອບໃຈມາຍັງລັດຖະບານ ສປປ ລາວ ທີ່ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອ ສປ ຈີນໃນໄລຍະທີ່ຜ່ານ.
ຈາກນັ້ນ, ທ່ານປະທານປະເທດ ໄດ້ກ່າວສະເເດງຄວາມຊົມເຊີຍ ແລະ ເຫັນດີເປັນເອກະພາບຕໍ່ຜົນຂອງການພົບປະສອງຝ່າຍລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຈີນ ໂດຍສະເພາະແມ່ນການສືບຕໍ່ແລກປ່ຽນບັນຫາຕ່າງໆ ແລະ ສະໜັບສະໜູນຊື່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ແລະ ການເປີດຊ່ອງທາງສີຂຽວ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າຜ່ານແດນ ລາວ-ຈີນ, ຈີນ-ລາວ ໃຫ້ມີຄວາມວ່ອງໄວຂຶ້ນ. ພ້ອມນີ້, ກໍ່ເຫັນດີໃຫ້ສອງຝ່າຍສະເໜີແຜນການສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ, ຈີນລາວ ຄົບຮອບ 60 ປີ ແລະ ປີມິດຕະພາບ ລາວ-ຈີນ ໃນປີ 2021 ທີ່ຈະມາເຖິງນີ້.