
ໃນວັນທີ 11 ກັນຍາ 2020, ສະຫະພັນແມ່ຍິງ ຫ້ອງວ່າການປະທານປະເທດ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ III ຂຶ້ນທີ່ຫ້ອງປະຊຸມໃຫຍ່ ຫປທ ໂດຍການເປັນປະທານຂອງ ທ່ານ ນາງ ພຸດ ທະວົງສີ ປະທານສະຫະພັນແມ່ຍິງ ຫປທ ແລະ ການເປັນກຽດເຂົ້າຮ່ວມຂອງ ສະຫາຍ ຄໍາເມິງ ພົງທະດີ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການປະທານປະເທດ, ທ່ານນາງ ບັນດິດ ປະທຸມວັນ ຮອງປະທານສູນກາງສະຫະພັນແມ່ຍິງລາວ ມີຄະນະພັກ, ຕາງໜ້າກົມ, ແຂກຖືກເຊີນ ແລະສະມາຊິກແມ່ຍິງເຂົ້າຮ່ວມ ທັງໝົດ 44 ຄົນ.
ໃນກອງປະຊຸມຄັ້ງນີ້, ທ່ານນາງ ພຸດ ທະວົງສີ ປະທານສະຫະພັນແມ່ຍິງ ຫປທ ໄດ້ຂຶ້ນຜ່ານຮ່າງບົດລາຍງານການເມືອງ ໂດຍໄດ້ຍົກໃຫ້ເຫັນວ່າ ຕະຫຼອດໄລຍະ 05 ປີ ຜ່ານມາ, ສະຫະພັນແມ່ຍິງ ຫປທ ໄດ້ເອົາໃຈໃສ່ສຶກສາອົບຮົມ ການເມືອງແນວຄິດ ໃຫ້ສະມາຊິກເອື້ອຍນ້ອງແມ່ຍິງ ໂດຍໄດ້ມີການຈັດຕັ້ງເຊື່ອມຊຶມແນວທາງນະໂຍບາຍຂອງພັກ ແລະ ກົດລະບຽບຂອງລັດ ເປັນຕົ້ນແມ່ນເນື້ອໃນຄໍາຂັວນ, ຂໍ້ແຂ່ງຂັນຂອງສະຫະພັນແມ່ຍິງລາວໃຫ້ສະມາຊິກສະຫະພັນແມ່ຍິງຮັບຮູ້ເຂົ້າໃຈ ແລະ ຮ່ວມກັນປະຕິບັດຂໍ້ແຂ່ງຂັນ 03 ດີ.
ພ້ອມດຽວກັນນັ້ນ, ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາ ຄະນະສະຫະພັນແມ່ຍິງຊຸດໃໝ່ ເຊິ່ງມີຜູ້ສະໝັກທັງໝົດ 05 ສະຫາຍ ເລືອກເອົາ 03 ສະຫາຍ ກອງປະຊຸມຄັ້ງປະຖົມມະລຶກໄດ້ເລືອກເອົາ ທ່ານ ນາງ ອໍາມະລີ ຈັນທະພອນ ເປັນປະທານສະຫະພັນແມ່ຍິງ, ທ່ານນາງ ກຽງສອນ ສິດທິອານົງ ເປັນຮອງປະທານສະຫະພັນແມ່ຍິງ, ພ້ອມທັງເປັນປະທານກວດກາ ແລະ ທ່ານນາງ ບຸນຊູມ ພິມພວມແພງ ເປັນຄະນະ.
ໃນໂອກາດດັ່ງກ່າວ, ກອງປະຊຸມຍັງໄດ້ຮັບຟັງ ການໂອ້ລົມຈາກ ສະຫາຍ ຄໍາເມິງ ພົງທະດີ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການປະທານປະເທດ, ທ່ານນາງ ບັນດິດ ປະທຸມວັນ ຮອງປະທານສູນກາງສະຫະພັນແມ່ຍິງລາວ, ເຊິ່ງທັງສອງທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດຕ່າງໆທີ່ຍາດມາໄດ້ໃນໄລຍະຜ່ານມາພາຍໃຕ້ການຊີ້ນໍາ-ນໍາພາ ຂອງສະຫະພັນແມ່ຍິງ ຫປທ. ພ້ອມດຽວກັນນັ້ນ ກໍໄດ້ເນັ້ນໜັກໃຫ້ ສະຫະພັນແມ່ຍິງ ຊຸດໃໝ່ ສຶບຕໍ່ມູນເຊື້ອອັນດີງາມດັ່ງກ່າວ ແລະ ຊີ້ນໍາ-ນໍາພາສະມາຊິກຂອງຕົນບຸກບືນສູ້ຊົນຍາດເອົາໄຊຊະນະໃໝ່ຍິ່ງໃຫຍ່ກວ່າເກົ່າ.
