ໃນວັນທີ 17 ກໍລະກົດ 2020 ທີ່ທຳນຽບປະທານປະເທດ ນະຄອນຫຼວງວຽງຈັນ, ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າ ຢ້ຽມຂໍ່ານັບອຳລາຂອງ ທ່ານ ລີໂອ ຟາເບີ (Leo Faber) ເອກອັກຄະລັດຖະທູດແຫ່ງ ສະຫະ ພາບເອີຣົບ ປະຈຳ ສປປ ລາວ ໃນໂອກາດສຳເລັດໜ້າທີ່ການທູດຢູ່ ສປປ ລາວ ໃນຕົ້ນເດືອນ ສິງຫາ 2020.
ໂອກາດດັ່ງກ່າວ, ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ຕີລາຄາສູງຕໍ່ການ ປະກອບສ່ວນອັນສຳຄັນ ໃນການເປັນຂົວຕໍ່ ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ຂອງທ່ານທູດ ໃນໄລຍະການປະຕິບັດໜ້າທີ່ຢູ່ ສປປ ລາວ ໂດຍສະເພາະການຊຸກຍູ້ ແລະ ສົ່ງເສີມການພົວພັນຮ່ວມມືສອງຝ່າຍໃນດ້ານຕ່າງໆ,ພ້ອມທັງສະແດງຄວາມຂອບໃຈ ຕໍ່ຄວາມພະຍາຍາມ ແລະ ການຊ່ວຍເຫລືອດ້ານຕ່າງໆ ຂອງທ່ານທູດ ໃນໄລຍະທີ່ຜ່ານມາ ແລະ ຝາກຄວາມຫວັງວ່າ ພາຍຫລັງສຳເລັດໜ້າທີ່ ແລະ ເດີນທາງກັບຄືນປະເທດ ທ່ານທູດຈະຍັງສືບຕໍ່ຄວາມຮັກແພງ ແລະ ສະໜັບສະໜູນຕໍ່ ສປປ ລາວ ກໍຄື ການສືບຕໍ່ປະກອບສ່ວນອື່ນໆ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ໃຫ້ມີໝາກຜົນຍິ່ງໆຂຶ້ນໃນອະນາຄົດ. ພ້ອມນັ້ນ, ທ່ານຮອງປະທານປະເທດ ຍັງໄດ້ອວຍພອນໃຫ້ທ່ານທູດ ເດີນທາງກັບຄືນປະເທດ ດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນ ສຳເລັດທຸກປະການໃນໜ້າທີ່ວຽກງານອັນໃໝ່ຂອງຕົນ.
ໂອກາດດຽວກັນ, ທ່ານ ລີໂອ ຟາເບີ (Leo Faber) ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດແຫ່ງ ສປປ ລາວ ທີ່ໄດ້ສະຫລະເວລາອັນມີຄ່າ ໃຫ້ການຕ້ອນຮັບໃນຄັ້ງນີ້, ພ້ອມທັງສະແດງຄວາມຂອບໃຈ ຕໍ່ລັດຖະບານແຫ່ງ ສປປ ລາວ ກໍຄືປະຊາຊົນລາວບັນດາເຜົ່າທີ່ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫລືອ, ຮ່ວມມື ແລະ ເອື້ອອຳນວຍຄວາມສະດວກໃນທຸກດ້ານຕະຫລອດໄລຍະທີ່ໄດ້ມາປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຈົນໄດ້ຮັບຜົນສໍາເລັດ ເປັນຢ່າງດີ.