ວັນທີ 16 ພຶດສະພາ 2020 ທີ່ເດີ່ນສະໜາມຫຼວງ ( ທາດຫຼວງວຽງຈັນ ) ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍບັນດາ ການນໍາພັກ – ລັດຂັ້ນສູງ, ຄອບຄົວການນໍາ, ການນໍາຂັ້ນນະຄອນຫຼວງວຽງຈັນ, ແຂວງ, ພະນັກງານ, ທະຫານ, ຕໍາຫຼວດ, ນັກທຸລະກິດ, ປະຊາຊົນບັນດາເຜົ່າ, ເພື່ອນມິດສະຫາຍທູຕານຸທູດປະຈໍາລາວ, ຍາດຕິພີ່ນ້ອງໄດ້ເຂົ້າຮ່ວມງານຊາປະນະກິດສົບ ແລະ ໄວ້ອາໄລເຖິງດວງວິນຍານຂອງທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ.
ຕະຫຼອດໄລຍະແຫ່ງການເຄື່ອນໄຫວປະຕິວັດ ແລະ ໄດ້ຖືກມອບໝາຍຮັບຜິດຊອບດຳລົງຕຳແໜ່ງຕ່າງໆທີ່ສຳຄັນນັ້ນສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ໄດ້ສະແດງອອກແຈ້ງທາດແທ້ຂອງນັກປະຕິວັດທີ່ແທ້ຈິງ, ເປັນນັກປະຕິວັດອາວຸໂສທີ່ດີເດັ່ນຂອງພັກ ແລະ ລັດເຮົາ ແມ່ນພະນັກງານການນຳທີ່ຢຶດໝັ້ນຢ່າງໜັກແໜ້ນ ໃນອຸດົມການປະຕິວັດອັນສູງສົ່ງ ໄດ້ອຸທິດເຫື່ອແຮງ ສະຕິປັນຍາຂອງຕົນເຂົ້າໃນພາລະກິດປົດປ່ອຍຊາດ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອຄວາມຢູ່ດີກິນດີ ຂອງປະຊາຊົນລາວ ບັນດາເຜົ່າ, ມີແບບແຜນນຳພາທີ່ດີ ປະຕິບັດຫຼັກການລວມສູນປະຊາທິປະໄຕ ມີລະບຽບວິໄນເຂັ້ມງວດ ເຄົາລົບນັບຖືໝູ່ຄະນະ ແລະ ການຈັດ ຕັ້ງມີຄວາມສາມັກຄີເປັນເອກະພາບພາຍໃນພັກ ຢຶດໝັ້ນໃນແນວທາງມະຫາຊົນ ແລະ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ ຢ່າງສະເໝີຕົ້ນສະເໝີປາຍ ພ້ອມນັ້ນ ສະຫາຍແມ່ນຜູ້ໜຶ່ງທີ່ໄດ້ອອກແຮງເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມືຮອບດ້ານກັບປະເທດອ້າຍນ້ອງເພື່ອນມິດຍຸດທະສາດ ແລະ ເພື່ອນມິດສາກົນ.
ດ້ວຍຜົນງານ ແລະ ຄຸນງາມຄວາມດີ ທີ່ສະແດງອອກເຖິງ ຄຸນສົມບັດສິນທໍາປະຕິວັດ ອັນຜ່ອງໃສ ແລະ ຄວາມຮັກແພງ ເຊື້ອຊາດ ສະຫາຍໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຄົາລົບຮັກຈາກສະມາຊິກ ພະນັກງານນັກຮົບ ແລະ ປະຊາຊົນລາວ ບັນດາເຜົ່າ ກໍຄືປະເທດເພື່ອນມິດຢ່າງກວ້າງຂວາງເພື່ອເປັນການສັນລະເສີນກຽດຕິຄຸນຂອງ ສະຫາຍ ພັກ ແລະ ລັດເຮົາ ໄດ້ມອບຫຼຽນໄຊຂັ້ນສູງປະເພດຕ່າງໆໃຫ້ແກ່ ສະຫາຍ ໃນນັ້ນປະກອບມີ ຫຼຽນຄໍາແຫ່ງຊາດ ສປປ ລາວ 1 ໜ່ວຍ, ຫຼຽນຄໍາແຫ່ງຊາດ ສສ ຫວຽດນາມ 1 ໜ່ວຍ, ຫຼຽນໄຊອິດສະຫຼະຊັ້ນ I 4 ໜ່ວຍ, ຫຼຽນໄຊອິດສະຫຼະຊັ້ນ II 2 ໜ່ວຍ ນອກນັ້ນ ຍັງໄດ້້ຮັບຫຼຽນໄຊ ຫຼຽນກາ ຫຼຽນລະນຶກ ແລະ ຫຼຽນມິດຕະພາບທີ່ສໍາຄັນເປັນຈໍານວນຫຼວງຫຼາຍຈາກພາຍໃນ ແລະ ຕ່າງປະເທດ.