ກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ II ໜ່ວຍພັກກົມພົວພັນຕ່າງປະເທດ, ຫ້ອງວ່າການປະທານປະເທດ ໄດ້ເປີດຂຶ້ນຢ່າງເປັນທາງ ການ ໃນຕອນເຊົ້າ ຂອງວັນທີ 06 ມີນາ 2020 ໃນເວລາ 08:30 ໂມງ ແລະ ດໍາເນີນເປັນເວລາເຄິ່ງວັນ, ທີ່ ຫ້ອງປະຊຸມໃຫຍ່ ຫປທ ໂດຍການເປັນປະທານ ຂອງ ສະຫາຍ ນາງ ອໍາມະລີ ຈັນທະພອນ, ຄະນະກໍາມະການພັກ, ເລຂາໜ່ວຍພັກກົມພົວພັນຕ່າງປະເທດ ແລະ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຄໍາເມິງ ພົງທະດີ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ຫົວໜ້າຫ້ອງວ່າການປະທານປະເທດ, ມີສະມາຊິກພັກສົມບູນ ແລະ ສະມາຊິກພັກສໍາຮອງເຂົ້າຮ່ວມຢ່າງພ້ອມພຽງ. ນອກນັ້ນ, ຍັງມີແຂກຖືກເຊີນ ແລະ ພະນັກງານ-ລັດຖະກອນ ພາຍໃນກົມກໍໄດ້ໃຫ້ກຽດເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງ ການຜ່ານຮ່າງບົດລາຍງານການເມືອງ ໃນການຈັດຕັງປະຕິບັດ ໜ້າທີ່ການເມືອງ ຕາມພາລະບົດບາດ ແລະ ຂອບເຂດສິດ ໃນໄລຍະ 5 ປີ, ພ້ອມທັງຕີລາຄາດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ໃນການຊີ້ນໍາ – ນໍາພາວຽກງານຂອງຄະນະພັກໄລຍະທີ່ຜ່ານມາ; ພ້ອມກັນນັ້ນກອງປະຊຸມຍັງໄດ້ເປັນເອກະສັນກັນຮັບຮອງເອົາທິດທາງແຜນການຕໍ່ໜ້າ ແຕ່ປີ 2020 ຮອດ 2025. ຄະນະໜ່ວຍພັກກໍໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ພະນັກງານ-ລັດຖະກອນ, ສຶກສາອົບຮົມການເມືອງແນວຄິດໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ ດ້ວຍການຮໍ່າຮຽນ ແລະ ເຊື່ອມຊືມບັນດາ ເອກະສານ, ມະຕິ, ຄໍາສັ່ງ, ກົດລະບຽບ ແລະ ເອກະສານຕ່າງໆຂອງພັກ ກໍຄືເອກະສານ ທີ່ກ່ຽວຂ້ອງກັບວຽກງານວິຊາສະເພາະ ຂອງຕົນເພື່ອນໍາມາຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດພາຍໃນຂົງເຂດຮັບຜິດຊອບຂອງຕົນ.
ກອງປະຊຸມໄດ້ຜ່ານບົດສໍາຫຼວດການນໍາພາລວມຂອງຄະນະພັກຊຸດຜ່ານມາ ແລະ ຜູ້ແທນກອງປະຊຸມໄດ້ພ້ອມກັນ ໃຊ້ສິດຂອງຕົນປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກກົມພົວພັນຕ່າງປະເທດຊຸດ ໃໝ່ ບົນພື້ນຖານລະບຽບການ ຢ່າງຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກໍານົດໄວ້ ເຊີ່ງໄດ້ເລືອກເອົາສະຫາຍ ນາງ ອໍາມະລີ ຈັນທະພອນ ເປັນເລຂາໜ່ວຍພັກ ແລະ ສະຫາຍ ກອງແກ້ວ ໄຊວັງເມືອງ ເປັນຮອງເລຂາໜ່ວຍພັກ ທັງເປັນຜູ້ຮັບຜິດຊອບວຽກງານກວດກາ.
ໃນໂອກາດນີ້ ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຈາກສະຫາຍ ຄໍາເມິງ ພົງທະດີ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະ ມົນຕີ, ຫົວໜ້າຫ້ອງວ່າການປະທານປະເທດ ເຊິ່ງສະຫາຍກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນໍາ-ນໍາພາພະນັກງານ-ລັດຖະກອນ, ພະນັກງານສະມາຊິກພັກ ໄດ້ປະຕິບັດໜ້າທີ່ການເມືອງຂອງຕົນ, ຍາດໄດ້ຜົນສໍາເລັດ ໃນຫຼາຍດ້ານ ໂດຍສະເພາະ ວຽກງານພົວພັນຕ່າງປະເທດ ເຊິ່ງເປັນວຽກງານບູລິມະສິດໜຶ່ງທີ່ສໍາຄັນ ແລະ ລະອຽດອ່ອນ. ພ້ອມດຽວກັນນັ້ນ, ສະຫາຍເລຂາຄະນະພັກມີຄວາມເຊື່ອໝັ້ນຕໍ່ຄະນະພັກຊຸດໃໝ່ທີ່ຈະສືບຕໍ່ຊີ້ນໍາ-ນໍາພາ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຂອງໜ່ວຍພັກກົມພົວພັນຕ່າງປະເທດ ໃຫ້ຍາດໄດ້ຜົນງານໃໝ່ ແລະ ມີຜົນສໍາເລັດອັນໃຫຍ່ຫຼວງກວ່າເກົ່າ.