ໃນວັນທີ 5 ກຸມພາ 2020 ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່າ ນັບອຳລາຂອງ ທ່ານ Anar Imanov ເອກອັກຄະລັດຖະທູດ ແຫ່ງ ອາແຊັກໄບຊານ ປະຈຳລາວ ທີ່ມີສຳນັກງານຕັ້ງຢູ່ ຮ່າໂນຍ ສສ ຫວຽດນາມ ໃນໂອກາດສຳເລັດການປະຕິບັດໜ້າທີ່ການທູດ.
ໃນໂອກາດນີ້, ທ່ານ ພັນຄຳ ວິພາວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ຜົນສຳເລັດ ໃນການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຂອງ ທ່ານ Anar Imanov ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ລາວ ແລະ ອາແຊັກໄບຊານ ໃຫ້ຈະເລີນງອກງາມ ແລະ ແຕກດອກອອກຜົນຂຶ້ນເລື້ອຍໆ.
ໂອກາດດຽວກັນນີ້, ທ່ານ Anar Imanov ກໍໄດ້ສະແດງຄວາມຂອບໃຈ ມາຍັງທ່ານ ຮອງປະທານປະເທດ ທີ່ໄດ້ສະຫຼະເວລາອັນມີຄຸນຄ່າ ໃນການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຖືໂອກາດນີ້ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງບັນດາການນຳພັກ, ລັດຂອງລາວ ທີ່ໄດ້ໃຫ້ການຮ່ວມມືເປັນຢ່າງດີ ແລະ ອຳນວຍຄວາມສະດວກທຸກຢ່າງ ໃນຕະຫລອດໄລຍະ ການປະຕິບັດໜ້າທີ່ຂອງຕົນ ຈົນໄດ້ຮັບຜົນສຳເລັດຢ່າງໜ້າເພິ່ງພໍໃຈ.