
ປະຫວັດຄວາມເປັນມາ
ຂອງຫ້ອງວ່າການປະທານປະເທດ
ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ,ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດໄດ້ໄຂຂື້ນຢ່າງສະຫງ່າຜ່າເຜີຍ ທີ່ນະຄອນຫຼວງວຽງຈັນ, ກອງປະຊຸມໄດ້ມີມະຕິຕົກລົງສ້າງຕັ້ງລະບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສ້າງສະພາປະຊາຊົນສູງສຸດ, ເລືອກຕັ້ງປະທານປະເທດ ແລະ ສ້າງຕັ້ງສະພາລັດຖະມົນຕີຂື້ນ.
- ວັນທີ 2 ທັນວາ 1975 ດ້ວຍຄຸນງາມຄວາມດີ ແລະ ຜົນງານອັນຫຍິ່ງໃຫຍ່ກອງປະຊຸມໄດ້ເລືອກຕັ້ງ ທ່ານ ສຸພານຸວົງ, ກຳມະການກົມການເມືອງສູນກາງພັກ ເປັນປະທານປະເທດ, ເລືອກຕັ້ງເປັນປະທານສະພາປະຊາຊົນສູງສຸດ ແລະ ທັງເປັນປະທານແນວລາວຮັກຊາດ. ຍ້ອນຄວາມຮັກຮ້ອງຕ້ອງການຂອງໜ້າທີ່ການເມືອງໄລຍະໃໝ່ຕ້ອງມີສະຖານທີ່ ເພື່ອຮັບແຂກຂອງປະທານປະເທດ.
- ມາຮອດປີ 1976 ຫ້ອງວ່າການສຳນັກງານປະທານປະເທດ ໄດ້ຮັບການສ້າງຕັ້ງຂື້ນ, ຕໍ່ມາໄລຍະຫນຶ່ງໄດ້ໂຮມເຂົ້າກັບສະພາປະຊາຊົນສູງສຸດ ໜ້າທີ່ຂອງຫ້ອງວ່າການສຳນັກງານປະທານປະເທດ ຮັບຜິດຊອບກຽມພິທີຕ້ອນຮັບແຂກຕ່າງປະເທດມາຢ້ຽມຢາມ, ປົກປັກຮັກສາ ຫໍຄຳ ແລະ ເບິ່ງຊີວິດການເປັນຢູ່ຂອງຄອບຄົວປະທານປະເທດ,
- ຮອດປີ 1982 ຈື່ງໄດ້ແຍກອອກຈາກສະພາປະຊາຊົນສູງສຸດ ມາເປັນຫ້ອງວ່າການສຳນັກງານປະທານປະເທດ ຄືເກົ່າ;
- ຮອດເດືອນ 07 ປີ 1992 ໄດ້ໂຮມເຂົ້າກັບຫ້ອງວ່າການສູນກາງພັກ ຊື່ງໄລຍະນັ້ນແມ່ນ ທ່ານ ໄກສອນ ພົມວິຫານ, ເລຂາທິການໃຫຍ່ສູນກາງພັກປະຊາຊົນປະຕິວັດລາວ ຄວບຕຳແໜ່ງເປັນປະທານປະເທດ; ໜ້າທີ່ຕົ້ນຕໍຂອງຫ້ອງວ່າການສຳນັກງານປະທານປະເທດ ກຽມສະຖານທີ່ຮັບແຂກໃຫ້ປະທານປະເທດ, ປົກປັກຮັກສາ ແລະ ບູລະນະ ຫໍຄຳ ແລະ ຮັບຜິດຊອບເບິ່ງແຍງສຸຂະພາບ, ຊີວິດການເປັນຢູ່ຂອງຄອບຄົວປະທານປະເທດ.
- ເລີ່ມແຕ່ຫ້ອງວ່າການສຳນັກງານປະທານປະເທດ ປີ 1976 ເຖິງ 1991, ຜູ້ເປັນຫົວໜ້າຫ້ອງວ່າການມີຖານະຕຳແໜ່ງທຽບເທົ່າລັດຖະມົນຕີຊ່ວຍວ່າການ; ສະເພາະປີ 1991-1993 ແມ່ນ ທ່ານ ສົມສະຫວາດ ເລັງສະຫວັດ ຄວບຕຳແໜ່ງເປັນ 03 ຫົວໜ້າຫ້ອງການ ຄື: ຫົວໜ້າຫ້ອງວ່າການສູນກາງພັກ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ.
- ຮອດເດືອນ 08 ປີ 1993 ຫ້ອງວ່າການສຳນັກງານປະທານປະເທດ ຈີ່ງໄດ້ແຍກອອກຈາກຫ້ອງວ່າການສູນກາງພັກ ເອີ້ນວ່າ ຫ້ອງວ່າການສຳນັກງານປະທານປະເທດ, ແຕ່ງຕັ້ງທ່ານ ທອງດຳ ຈັນທະພອນ ເປັນຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ຕາມລັດຖະດຳລັດຂອງປະທານປະເທດ ສະບັບເລກທີ 66/ສປປ ລົງວັນທີ 12/08/1993 ແລະ ລັດຖະດຳລັດຂອງປະທານປະເທດ ສະບັບເລກທີ 76/ສປປ ລົງວັນທີ 09/10/1993 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງຫ້ອງວ່າການປະທານປະເທດ; ຊື່ງເປັນລັດຖະດຳລັດຂອງປະທານປະເທດສະບັບທຳອິດທີ່ໄດ້ກຳນົດກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງວ່າການສຳນັກງານປະທານປະເທດ. ໄລຍະນີ້ແມ່ນທ່ານ ໜູຮັກ ພູມສະຫວັນ, ກຳມະການກົມການເມືອງສູນກາງພັກ ເປັນປະທານປະເທດ.
- ຜ່ານການຈັດຕັ້ງປະຕິບັດລັດຖະດຳລັດສະບັບເລກທີ 76/ສປປ ລົງວັນທີ 09/10/1993 ເຖິງປີ 1998 ຈື່ງໄດ້ຮັບການປັບປຸງຄືນໃໝ່ຕາມດຳລັດ 71/ສປປ ລົງວັນທີ 31/08/1998 ໂດຍແມ່ນ ທ່ານ ຄຳໄຕ ສີພັນດອນ, ປະທານຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄວບຕຳແໜ່ງເປັນປະທານປະເທດ; ໄດ້ແຕ່ງຕັ້ງ ທ່ານ ສຸບັນ ສຣິດທິຣາດ ເປັນ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ ຕາມລັດຖະດຳລັດຂອງປະທານປະເທດ ສະບັບເລກທີ 33/ສປປ ລົງວັນທີ 29/05/1998. ມາຮອດໄລຍະນີ້ການກຳນົດແຈ້ງຕຳແໜ່ງຜູ້ເປັນຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ ແມ່ນ ລັດຖະມົນຕີ.
- ເຖິງປີ 2007 ໄດ້ຮັບການປັບປຸງຄືນໃໝ່ຕາມລັດຖະດຳລັດຂອງປະທານປະເທດ ສະບັບເລກທີ 251/ປປທ ລົງວັນທີ 24/10/2007 ໂດຍແມ່ນ ທ່ານ ຈູມມາລີ ໄຊຍະສອນ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄວບຕຳແໜ່ງເປັນປະທານປະເທດ, ທ່ານ ສຸບັນ ສຣິດທິຣາດ ຍັງສືບຕໍ່ເປັນ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ ຕາມລັດຖະດຳລັດຂອງປະທານປະເທດ ສະບັບເລກທີ 15/ປປທ ລົງວັນທີ 09/04/2002; ປະກອບມີກົງຈັກຊ່ວຍວຽກ 02 ກົມ ແລະ 01 ຫ້ອງການ ມີຈຳນວນພົນ 33 ຄົນ, ຍິງ 16 ຄົນ. ມາຮອດວັນທີ 03/09/2010 ໄດ້ມີພິທີມອບ-ຮັບ ຕຳແໜ່ງລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ ລະຫວ່າງ ທ່ານ ສຸບັນ ສຣິດທິຣາດຜູ້ເກົ່າ ແລະ ທ່ານ ພົງສະຫວັດ ບູບຜາ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ ຜູ້ໃໝ່ ໂດຍອີງໃສ່ຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ ລົງວັນທີ 21/06/2010 ວ່າດ້ວຍການຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່ ແລະ ລັດຖະດຳລັດຂອງປະທານປະເທດ ສະບັບເລກທີ 197/ປປທ ລົງວັນທີ 24/08/2010 ວ່າດ້ວຍການແຕ່ງຕັ້ງ ທ່ານ ພົງສະຫວັດ ບູບຜາ ເປັນລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ. ກົງຈັກຊ່ວຍວຽກປະກອບມີ 01 ຫ້ອງການ ແລະ 02 ກົມ ມີຈຳນວນພົນ 38 ຄົນ, ຍິງ 18 ຄົນ.
- ເຖິງປີ 2012 ໄດ້ຮັບການປັບປຸງຄືນໃໝ່ຕາມລັດຖະດຳລັດຂອງປະທານປະເທດ ສະບັບເລກທີ 168/ປປທ ລົງວັນທີ 26/06/2012 ໄດ້ກຳນົດກົງຈັກການຈັດຕັ້ງຫ້ອງວ່າການສຳນັກງານປະທານປະເທດ ຈາກ 01 ຫ້ອງການ ແລະ 02 ກົມ ມາເປັນ 04 ກົມ ແລະ ປ່ຽນຊື່ຈາກ ຫ້ອງວ່າການສຳນັກງານປະທານປະເທດ ມາເປັນ ຫ້ອງວ່າການປະທານປະເທດ; ລັດຖະດຳລັດດັ່ງກ່າວໄດ້ຮັບຮອງ ທ່ານ ພົງສະຫວັດ ບູບຜາ ເປັນ ລັດຖະມົນຕີປະຈຳສຳນັກງານປະທານປະເທດ, ຫົວໜ້າຫ້ອງວ່າການປະທານປະເທດ ປະກອບມີຈຳນວນພົນ 49 ຄົນ, ຍິງ 19 ຄົນ.