
ໃນຕອນເຊົ້າ ວັນທີ 31 ພຶດສະພາ 2022 ຫ້ອງວ່າການສໍານັກງານປະທານປະເທດ(ຫສປທ)ໄດ້ຈັດກອງປະຊຸມສະຫຼຸບຜົນງານປະຈຳປີ 2021 ແລະ ທິດທາງແຜນການປີ 2022 ຂອງຫ້ອງວ່າການສໍານັກງານປະທານປະເທດຂຶ້ນ. ທີ່ຫ້ອງປະຊຸມໃຫຍ່ດອກບົວບານ ທຳນຽບປະທານປະເທດ ໃຫ້ກຽດເປັນປະທານໂດຍ ທ່ານ ນາງ ປານີ ຢາທໍ່ຕູ້, ກໍາມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ແລະ ມີພະນັກງານ-ລັດຖະກອນ ພາຍໃນ ຫ້ອງວ່າການສຳນັກງານປະທານປະເທດເຂົ້າຮ່ວມ.

ນະໂອກາດນີ້, ທ່ານ ນາງ ເຂັມມະນີ ພົນເສນາ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ໄດ້ກ່າວຈຸດປະສົງກ່ອນການເປີດກອງປະຊຸມຢ່າງເປັນທາງການວ່າ:ຈຸດປະສົງສຳຄັນຂອງກອງປະຊຸມໃນມື້ນີ້, ແມ່ນເພື່ອທົບທວນຄືນການຈັດຕັ້ງປະຕິບັດວຽກງານຂອງ ຫສປທ ໃນປີ 2021 ທີ່ຜ່ານມາ, ຊຶ່ງມີທັງດ້ານດີ ແລະ ຜົນສຳເລັດ ທີ່ຈະໄດ້ພ້ອມກັນສືບຕໍ່ຜັນຂະຫຍາຍ, ພ້ອມກັນນັ້ນ ກໍ່ເພື່ອຊອກໃຫ້ເຫັນຈຸດອ່ອນ ແລະ ຂໍ້ຄົງຄ້າງໃນການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ທີ່ພວກເຮົາຈະໄດ້ພ້ອມກັນປຶກສາຫາລື ແລະ ແລກປ່ຽນຄຳຄິດ-ຄຳເຫັນ ຊອກຫາວິທີແກ້ໄຂຮ່ວມກັນ ເພື່ອຈະເປັນຂໍ້ມູນ ແລະ ບົດຮຽນໃນການແກ້ໄຂວຽກງານໃນຂອບເຂດຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ ໃຫ້ດຳເນີນສະດວກ ແລະ ວ່ອງໄວຂຶ້ນກວ່າເກົ່າ.

ຈາກນັ້ນ, ທ່ານ ເພັດສະໝອນ ພັນທະວົງ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າ ຫສປທ ໄດ້ຜ່ານບົດສະຫຼຸບປະຈຳປີ 2021 ແລະ ທິດທາງປີ 2022 ທ່ານໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນໃນໄລຍະຜ່ານມາ, ເຊິ່ງພາຍໃນຫ້ອງວ່າການສໍານັກງານປະທານປະເທດເວົ້າລວມແມ່ນມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍດີ ແລະ ບັນຍາກາດຟົດຟື້ນໃນການຈັດຕັ້ງປະຕິບັດມະຕິ, ແຜນການຂອງຕົນ ແລະ ຂອງຂັ້ນເທິງມີຜົນສໍາເລັດເປັນຢ່າງດີ; ສາມາດເຮັດໜ້າທີ່ເປັນເສນາທິການຮັບໃຊ້ໃຫ້ແກ່ປະທານປະເທດ ແລະ ຮອງປະທານປະເທດ ໃນການເຄື່ອນໄຫວລັດຖະກິດ ທັງພາຍໃນ ແລະ ຕ່າງປະເທດໄດ້ເປັນຢ່າງດີ.

ໃນຕອນທ້າຍກອງປະຊຸມ ຍັງໄດ້ຮັບການໂອ້ລົມຈາກ ທ່ານ ນາງ ປານີ ຢາທໍ່ຕູ້, ກໍາມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ. ເຊິ່ງທ່ານໄດ້ເນັ້ນໃຫ້ ຫສປທ ເອົາໃຈໃສ່ໃຫ້ຮັກສາມູນເຊື້ອ ແລະ ເສີມຂະຫຍາຍຈຸດດີທີ່ເປັນພື້ນຖານໃຫ້ມີຜົນດີຂື້ນກວ່າເກົ່າ; ເພິ່ມຄວາມເອົາໃຈໃສ່ປັບປຸງກົນໄກປະສານງານກັບພາກສ່ວນກ່ຽວຂ້ອງ, ສືບຕໍ່ຄົ້ນຄວ້າ ແລະ ປັບປຸງພາລະບົດບາດ ກໍຄືລັດຖະດໍາລັດ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງ ຫສປທ ໃຫ້ມີຄວາມຈະແຈ້ງ ທາງດ້ານທີ່ຕັ້ງ ແລະ ພາລະບົດບາດ; ສືບຕໍ່ຄົ້ນຄວ້າ ແລະ ປັບປຸງນິຕິກໍາກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງບັນດາກົມ ໃຫ້ມີຄວາມສອດຄ່ອງກັບພາລະບົດບາດ, ສິດ ແລະ ໜ້າທີ່ໃນໄລຍະໃໝ່ໃຫ້ກະທັດຮັດ ແລະ ມີປະສິດທິຜົນ, ເພີ່ມທະວີປະສິດທິພາບ ແລະ ປະສິດ ທິຜົນ ໃນການເປັນເສນາທິການໃຫ້ ປະທານປະເທດ ແລະ ຮອງປະທານປະເທດ ໃນການເຄື່ອນໄຫວລັດຖະກິດ ທັງພາຍໃນ ແລະ ຕ່າງປະເທດ.
