
ໃນຕອນບ່າຍ ວັນທີ 26 ພຶດສະພາ 2022 ຫ້ອງວ່າການສໍານັກງານປະທານປະເທດ (ຫສປທ) ໄດ້ຈັດພິທິເປີດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 45 ວັນ ຊຸດທີ II ໃຫ້ສະມາຊິກພັກ, ພະນັກງານຫຼັກແຫຼ່ງຫ້ອງວ່າການສຳນັກງານປະທານປະເທດຂຶ້ນ ທີ່ຫ້ອງປະຊຸມໃຫຍ່ດອກບົວບານ (ຫໍຄຳ) ໃຫ້ກຽດເປັນປະທານໂດຍ ສະຫາຍ ເພັດສະໝອນ ພັນທະວົງ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າ ຫສປທ. ເຂົ້າຮ່ວມໃນພິທີດັ່ງກ່າວ ມີສະຫາຍ ປອ. ນ.ໄກສອນ ຈັນສີນາ ຕາງໜ້າສະຖາບັນການເມືອງ-ການປົກ ຄອງແຫ່ງຊາດ, ບັນດາສະຫາຍຄະນະພັກ, ຕາງໜ້າຄະນະໜ່ວຍພັກ, ຕາງໜ້າ3ອົງການຈັດຕັ້ງມະຫາຊົນ, ຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ບັນດານັກສຳມະນາກອນເຂົ້າຮ່ວມຢ່າງພ້ອມພຽງ.
ຊຸດຝຶກອົບຮົມໃນຄັ້ງນີ້, ມີນັກສຳມະນາກອນທັງໝົດ 35 ສະຫາຍ, ຍິງ 14 ສະຫາຍ, ຊຶ່ງຈະໄດ້ຮຽນຮູ້ 5 ພາກວິຊາຄື: ພາກວິຊາປັດຊະຍາ, ເສດຖະສາດການເມືອງ, ລັດທິສັງຄົມນິຍົມວິທະຍາສາດ, ບໍລິຫານສາດ ແລະ ພາກວິຊາກໍ່ສ້າງພັກ. ທັງນີ້, ເພື່ອແນໃສ່ຍົກລະດັບຄວາມຮູ້ພື້ນຖານ ທາງດ້ານທິດສະດີການເມືອງ-ການປົກຄອງ ເປັນຕົ້ນຫຼັກມູນພື້ນຖານທິດສະດີມາກ-ເລນິນໃຫ້ສະມາຊິກພັກ,ພະນັກງານຫຼັກແຫຼ່ງ ເພື່ອເຮັດໃຫ້ມີຫຼັກໝັ້ນ, ມີທັດສະນະຊົນຊັ້ນຢ່າງຖືກຕ້ອງ; ເຊື່ອໝັ້ນຕໍ່ແນວທາງການນຳພາຂອງພັກ,ຝຶກຝົນຫລໍ່ຫລອມຄຸນສົມບັດ, ຄຸນທາດປະຕິວັດ, ສ້າງແບບແຜນການດຳລົງຊີວິດໃຫ້ປອດໃສຂາວສະອາດ, ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍ ຫັນປ່ຽນໂດຍສັນຕິຂອງສັດຕູ, ກຳແໜ້ນແນວທາງນະໂຍບາຍຂອງພັກ ໂດຍສະເພາະ ແນວທາງປ່ຽນແປງ ໃໝ່ຮອບດ້ານ ຢ່າງມີຫລັກການຂອງພັກ ເພື່ອນຳໄປຜັນຂະຫຍາຍ ແລະຈັດຕັ້ງປະຕິບັດຕົວຈິງໃນຂົງເຂດວຽກງານທີ່ຕົນຮັບຜິດຊອບໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນສູງຂື້ນໄປເລື້ອຍໆ.
ໃນໂອກາດນີ້, ສະຫາຍ ເພັດສະໝອນ ພັນທະວົງ ໄດ້ມີຄຳເຫັນຊີ້ນຳຮຽກຮ້ອງໃຫ້ ນັກສຳມະນາກອນທຸກຄົນ ຈົ່ງຍົກສູງຄວາມຮັບຜິດຊອບ ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນ, ດ້ວຍການຕັ້ງໃຈຟັງໃນເວລາອາຈານສະເໜີບົດສອນ, ຄົ້ນຄ້ວາພິຈາລະນາ, ສອບຖາມຖ້າຫາກຍັງມີບັນຫາໃດບໍ່ທັນເຂົ້າໃຈແຈ້ງ ແລະ ບັນທຶກຈົດກາຍໄວ້ເພື່ອໃຫ້ການຮຽນມີຄຸນນະພາບ; ປະຕິບັດລະບຽບຂອງຫ້ອງຮຽນ ພ້ອມກັນນັ້ນຄະນະຮັບຜິດຊອບຊຸດຝຶກອົບຮົມຕ້ອງເປັນເຈົ້າການຕິດຕາມ ແລະ ອຳນວຍຄວາມສະດວກ ເພື່ອເຮັດໃຫ້ບັ້ນຝຶກອົບຮົມໄດ້ຮັບຜົນສຳເລັດ ແລະ ມີໝາກຜົນຢ່າງຈົບງາມ. ຊຸດຝຶກອົບຮົມດັ່ງກ່າວຈະດຳເນີນໄປຮອດວັນທີ 29 ກໍລະກົດ 2022 ຈຶ່ງສຳເລັດ.

ຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ຈັດຊຸດຝຶກອົບຮົມ ທິດສະດີການເມືອງ-ການປົກຄອງໄລຍະສັ້ນ 45 ວັນ ຊຸດທີ II ໃຫ້ສະມາຊິກພັກ ພະນັກງານຫລັກແຫລ່ງ ພາຍໃນ ຫ້ອງວ່າການສຳນັກງານປະທານປະເທດຈຳນວນ 35 ສະຫາຍ ເຊິ່ງໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ເພັດສະໝອນ ພັນທະວົງ ຮອງ ຫສປທ ພ້ອມດ້ວຍສຳມະນາກອນ ເຂົ້າຮ່ວມ.
ຊຸດຝຶກອົບຮົມໃນຄັ້ງນີ້, ສຳມະນາກອນ ຈະໄດ້ຮຽນຮູ້ 5 ພາກວິຊາຄື: ພາກວິຊາປັດຊະຍາ, ເສດຖະສາດການເມືອງ, ລັດທິສັງຄົມນິຍົມວິທະຍາສາດ, ບໍລິຫານສາດ ແລະ ພາກວິຊາກໍ່ສ້າງພັກ. ທັງນີ້, ແນໃສ່ຍົກລະດັບຄວາມຮູ້ພື້ນຖານ ທາງດ້ານທິດສະດີການ-ການປົກຄອງ ເປັນຕົ້ນຫລັກມູນພື້ນຖານທິດສະດີມາກ-ເລນິນໃຫ້ສະມາຊິກພັກ,ພະນັກງານຫລັກແຫລ່ງ, ເພື່ອເຮັດໃຫ້ມີຫລັກໝັ້ນ, ທັດສະນະຊົນຊັ້ນຢ່າງຖືກຕ້ອງ; ເຊື່ອໝັ້ນຕໍ່ແນວທາງການນຳພາຂອງພັກ,ຝຶກຝົນຫລໍ່ຫລອມຄຸນສົມບັດ, ຄຸນທາດປະຕິວັດ, ສ້າງແບບແຜນການດຳລົງຊີວິດໃຫ້ປອດໃສຂາວສະອາດ, ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍ ຫັນປ່ຽນໂດຍສັນຕິຂອງສັດຕູ, ກຳແໜ້ນແນວທາງນະໂຍບາຍຂອງພັກ ໂດຍສະເພາະ ແນວທາງປ່ຽນແປງ ໃໝ່ຮອບດ້ານ ຢ່າງມີຫລັກການຂອງພັກ ເພື່ອນຳໄປຜັນຂະຫຍາຍ ແລະຈັດຕັ້ງປະຕິບັດຕົວຈິງໃນຂົງເຂດວຽກງານທີ່ຕົນຮັບຜິດຊອບໃຫ້ເກີດດອກອອກຜົນ, ມີປະສິດທິພາບ ແລະມີປະສິດທິຜົນສູງຂື້ນໄປເລື້ອຍໆ.
ໃນໂອກາດນີ້, ທ່ານ ເພັດສະໝອນ ພັນທະວົງ ຍັງຮຽກຮ້ອງໃຫ້ ສຳມະນາກອນທຸກຄົນ ຈົ່ງຍົກສູງຄວາມຮັບຜິດຊອບ ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນ, ປະຕິບັດລະບຽບຂອງຫ້ອງຮຽນ ພ້ອມກັນນັ້ນຄະນະຮັບຜິດຊອບຝຶກອົບຮົມຕ້ອງເປັນເຈົ້າການຕິດຕາມ ແລະ ອຳນວຍຄວາມສະດວກ ເພື່ອເຮັດໃຫ້ບັ້ນຝຶກອົບຮົມສຳເລັດລົງ ແລະໄດ້ຮັບໝາກຜົນຢ່າງຈົບງາມ.